ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນທົ່ວປະເທດ ຂຶ້ນບໍ່ດົນມານີ້ ທີ່ສະໂມສອນຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ການແຂ່ງຂັນເຕະບານນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ຄັ້ງທີ VIII ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຂຶ້ນໃນວັນທີ 6 ກຸມພາຜ່ານມາ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ ກະຊວງ ສສກ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 9 ກຸມພານີ້ ທີ່ສະໂມສອນ ສຶກສາ ສາມັກຄີເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໄດ້ຍົກລະດັບຄວາມຮູ້ກ່ຽວກັບການຫັດແອບວິຊາພື້ນຖານປ້ອງກັນຕົວ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ.
ເມືອງພຽງ ແຂວງໄຊຍະບູລີ ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026 ຂຶ້ນໃນວັນທີ 4 ກຸມພານີ້ ທີຫ້ອງປະຊຸມຂອງເມືອງ ໂດຍມີທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ.
ໃນວັນທີ 4 ກຸມພາ ນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026 ເມື່ອວັນທີ 2 ກຸມພາຜ່ານມາ ທີ່ ສສກ ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສູນພັດທະນາການສຶກສານອກໂຮງຮຽນ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບຫ້ອງການ DVV International ຈັດກອງປະຊຸມເຜີຍແຜ່ ແລະ ປະກາດທົດລອງນໍາໃຊ້ “Ed App” ເພື່ອເປັນເຄື່ອງມືເສີມສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ ໃນຂະແໜງການສຶກສານອກໂຮງຮຽນທົ່ວປະເທດ.
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາ, ຄູຝຶກ, ນັກກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະພັນກິລາກອັຟແຫ່ງຊາດລາວ ຈັດການແຂ່ງຂັນກິລາກອັຟ ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ ຫຼື “Laos Golf Application” ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ສະໜາມກອັຟ ລາວຄັນທຣີຄຣັບ (ຫຼັກ 14) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກອັຟແຫ່ງຊາດລາວ ແລະ ນັກກິລາກອັຟທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າຄົນ.
ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ (ASEAN ParaGames 2025) ໂດຍເຈົ້າພາບປະເທດໄທ ສາມາດຍາດໄດ້ 175 ຫຼຽນຄຳ ເປັນເຈົ້າຫຼຽນຄຳ ສະໄໝທີ 7 ແລະ ອາຊຽນພາຣາ ເກມ 2027 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ, ພິທີປິດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26 ມັງກອນ ນີ້ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ພາຍຫຼັງດຳເນີນມາແຕ່ວັນທີ 20 ມັງກອນ ຜ່ານມາ.
ຄໍາເຫັນ